ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ໄປ​ຂຶ້ນ​ກັບກະຊວງ​ປ້ອງ​ກັນ​ປະເທດ


   ໃນ​ວັນ​ທີ 14 ມີນາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ ຈາກ​ກົມ​ໃຫຍ່​ພະລາທິ ການ​ກອງທັບ ໄປ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ​ໂດຍ​ກົງ, ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ ສະຫາຍພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ ​ ລັດຖະມົນຕີ​ກະຊວງ​ປ້ອງກັນປະເທດ, ມີ​ສະຫາຍ​ ພົນ​ຕີ ຄຳເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ສະຫາຍ​ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຕາງໜ້າ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກົມ​ເສດຖະກິດ, ຫ້ອງການ, ຄະ ນະ​ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

    ໃນ​ພິທີ, ສະຫາຍ ​ພັນ​ເອກ ສາຍ​ຄຳ ບົວທອງ​ທິບ ຮອງ​ຫົວໜ້າ​ກົມ​ເສດຖະກິດ ຫ້ອງ​ວ່າການ​ກະຊວງ​ປະເທດ, ໄດ້ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ ​ປະເທດ ວ່າ​ດ້ວຍ​ການ​ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ, ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຄັ້ງ ​ ວັນ​ທີ 19/01/2023 ຕໍ່​ກັບ​ບົດ​ລາຍ​ງານ​ຂອງ​ກົມ​ເສດຖະກິດ ກະຊວງ​ປ້ອງ​ກັນ​ປະເທດ ອີງ​ຕາມ​ໜັງສື​ສະເໜີ​ຂອງ​ກົມ​ໃຫຍ່ພະລາທິການ​ກອງທັບ ອີງ​ຕາມ ​ ບົດ​ບັນ ທຶກ​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ຮອບດ້ານ​ຂອງ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ​ສະບັບ​ລົງ​ວັນ​ທີ 05/01/2023, ລັດຖະມົນຕີ​ກະຊວງ ​ ປ້ອງ​ກັນ​ປະເທດຕົກລົງ, ເຫັນ​ດີ​ມອບ-ໂອນ​ລັດ​ວິ​ສາຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ ຈາກ​ກົມ​ໃຫຍ່ພະລາທິການກອງທັບ​ ໃຫ້​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ.

   ຈາກ​ນັ້ນ, ທັງ​ສອງ​ຝ່າຍ​ໄດ້​ລົງ​ລາຍ​ເຊັນ​ບົດ​ບັນທຶກ​ການ​ມອບ-ໂອນ​ລະຫວ່າງ​ ສະຫາຍ ​ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ເຈົ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຜູ້​ເກົ່າ ແລະ ສະຫາຍ ​ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ເຈົ້າ​ຂອງ ​ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ​ຜູ່​ໃໝ່.

 ແຫຼ່ງທີ່ມາ:ຄຳ​ປະສົງ ລາດ​ຊະ​ວົງ
ວັນທີ 16/03/2023